ຕູ້ໄປສະນີ
From Wikipedia, the free encyclopedia
ຕູ້ໄປສະນີ (ຄຳເຄົ້າ: ຕູ້ໄປຣສນີຍ໌,[1] ອັງກິດ: post box ຫຼື mailbox, ຝຣັ່ງ: boîte aux lettres) ແມ່ນຕູ້ສຳລັບໃຫ້ປະຊາຊົນນຳຈົດໝາຍເຊິ່ງຕິດສະແຕັມຄ່າສົ່ງແລ້ວ ມາຢອດເຂົ້າໄປໃນຕູ້ ແລະຈະມີບຸລຸດໄປສະນີມາຮິບໂຮມຈົດໝາຍຕາມເວລາທີ່ກຳໜົດ ເພື່ອສົ່ງເຂົ້າລະບົບໄປສະນີຕໍ່ໄປ.
ມີການນຳມາໃຊ້ໃນສະຫະລາຊະອານາຈັກຕັ້ງແຕ່ ຄ.ສ. 1855 ຄິດເປັນເວລາ 15 ປີນັບຈາກການເປີດບໍລິການໄປສະນີໂດຍໃຊ້ສະແຕັມ.