ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ
ພະມະຫາກະສັດໄທລຳດັບທີ່ 9 ແຫ່ງລາຊະວົງຈັກກີ / From Wikipedia, the free encyclopedia
ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ (ໄທ:พระบาทสมเด็จพระปรมินทรมหาภูมิพลอดุลยเดช) ມີພະນາມເດີມວ່າ "ພະວໍລະວົງເທີ ພະອົງເຈົ້າພູມິພົນອະດຸນເດດ" ແລະມີພະນາມເຕັມວ່າ"ພະບາດສົມເດັດປໍຣະມິນມະຫາພູມິພົມອະດຸນຍະເດດ ມະຫິຕະລາທິເບດ ຣາມາທິບໍດີ ຈັກກີນະລຶບໍດິນ ສະຫຍາມມິນທາທິລາດບໍຣົມມະນາດບໍພິດ" ພະນາມທົ່ວໄປເອີ້ນວ່າ"ໃນຫຼວງ"ຫຼືຢ່າງເປັນທາງການວ່າ "ພະບາດສົມເດັດພະເຈົ້າຢູ່ຫົວ" ແມ່ນພະມະຫາກະສັດໃນລາຊະວົງຈັກກີລາຊະການທີ່ 9 ແຫ່ງລາຊະອານາຈັກໄທ ສະເດັດຂຶ້ນຄອງລາດຕັ້ງແຕ່ວັນທີ່ 9 ມິຖຸນາ ຄ.ສ.1946-ປະມານ ທັນວາ 2005 ຂະນະນີ້ຈຶງເປັນພະມະຫາກະສັດຜູ້ຄອງລາດນານທີ່ສຸດໃນໂລກແລະຍາວນານທີ່ສຸດໃນປະເທດໄທ ພະອົງເປັນພະມະຫາກະສັດພາຍໃຕ້ລັດຖະທຳມະນູນແລະໄດ້ຊົງຫຍຸດຍັ້ງການກະບົດ ເຊັ່ນ ໃນຄາວປີ 1981 ແລະປີ 1985 ຄັ້ງນັ້ນກໍໄດ້ຊົງແຕ່ງຕັ້ງຫົວໜ້າຄະນະຍຶດອຳນາດຫຼາຍຄະນະ ເຊັ່ນ ຈອມພົນ ສະລິດ ທະນະລັດ ໃນຊ່ວງພຸດສະຕະວັດທີ່ 2500 ກັບພົນເອກ ສົນທິ ບຸນຍະລັດກະລິນ ໃນຊ່ວງປາຍພຸດສະຕະວັດທີ່ 2540 ຕະຫຼອດລາຊະການຂອງພະອົງເກີດລັດຖະປະຫານໂດຍກອງທັບກວ່າຫຼາຍສິບຄັ້ງລັດຖະທຳມະນູນເກືອບ 20 ສະບັບ ແລະນາຍົກລັດຖະມົນຕີເກືອບ 30 ຄົນ ປະຊາຊົນຊາວໄທຈຳນວນຫຼາຍເຄົາຮົບພະອົງ ຕາມລັດຖະທຳມະນູນພະມະຫາກະສັດຊົງຢູ່ໃນຖານະອັນເປັນທີ່ເຄົາຮົບສັກກາລະແລະຜູ້ໃດຈະລະເມີດບໍ່ໄດ້ ສ່ວນປະມວນກົດໝາຍອາຢາວ່າ ການດູໝິ່ນໝິ່ນປະໝາດ ຫຼືອາຄາດມາດຮ້າຍພະມະຫາກະສັດເປັນຄວາມຜິດອາຢາ ຄະນະລັດຖະມົນຕີຫຼາຍຊຸດທີ່ໄດ້ຮັບການເລືອກຕັ້ງມາຖືກຄະນະທະຫານລົ້ມລ້າງໄປດ້ວຍຂໍ້ກ່າວຫາວ່ານັກການເມືອງຜູ້ໃຫຍ່ໝິ່ນພະບໍຣົມເດຊານຸພາບ ຄັ້ງນັ້ນ ພະອົງໄດ້ຕຣັສ (ເວົ້າ)ເມື່ອປີ 2005 ວ່າສາທາລະນະຊົນສາມາດວິພາກວິຈານພະອົງໄດ້ ພະອົງຊົງເປັນທີ່ສັນເສີນໃນປະເທດໄທກ່ຽວກັບພະລາຊະດຳຣິໃນເລື່ອງປັດຢາເສດຖະກິດພໍພຽງ ໂຄຟີ ແອນນັນ ເລຂາທິການສະຫະປະຊາຊາດ ໄດ້ຖະຫວາຍຮາງວັນຄວາມສຳເລັດສູງສຸດດ້ານການພັດທະນາມະນຸດແດ່ພະອົງກັບທັງພະອົງຍັງຊົງເປັນເຈົ້າຂອງສິດທິບັດສິ່ງປະດິດ ວຽກພະລາຊະນິພົນ ແລະວຽກດົນຕີຈຳນວນໜຶ່ງດ້ວຍ ດ້ານສິນຊັບຊອງພະອົງນິດຕະຍະສານຟອບສ໌ຈັດອັນດັບໃຫ້ພະອົງເປັນພະມະຫາກະສັດຜູ້ມີພະລາຊະຊັບຫຼາຍທີ່ສຸດໃນໂລກ ຕັ້ງແຕ່ປີ 2008 ເຖິງ 2014 ເມື່ອເດືອນພຶດສະພາ 2015 ພະອົງມີພະລາຊະຊັບ 30,000 ລ້ານດອລລ່າຣ໌ສະຫະລັດ (ເບິ່ງໝາຍເຫດຂ້າງລຸ່ມ) ສຳນັກງານຊັບສິນສ່ວນພະມະຫາກະສັດນັ້ນໃຊ້ສິນຊັບເພື່ອສະຫວັດດິການສາທາລະນະເຊັ່ນ ເພື່ອພັດທະນາເຍົາວະຊົນ ແຕ່ໄດ້ຮັບການຍົກເວ້ນບໍ່ຕ້ອງຈ່າຍພາສີແລະໃຫ້ເປີດເຜຍການເງິນຕໍ່ພະມະຫາກະສັດແຕ່ພະອົງດຽວ ຂະນະທີ່ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດກໍໄດ້ຊົງອຸທິດພະລາຊະຊັບໄປໃນໂຄງການພັດທະນາປະເທດໄທຫຼາຍຕໍ່ຫຼາຍໂຄງການ ໂດຍສະເພາະທາງກະເສຕະກຳ ສິ່ງແວດລ້ອມ ສາທາລະນະສຸກ ການສົ່ງເສີມອາຊີບ ຊັບພະຍາກອນນ້ຳ ສະຫວັດດິການທາງຄະມະນາຄົມ ແລະສະຫວັດດິການສາທາລະນະ
ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ | |
---|---|
| |
ພະບໍລົມນາມາພິໄທ | ພະວໍຣະວົງເທີ ພະອົງເຈົ້າພູມິພົນອະດຸນເດດ |
ພະປໍລະມາພິໄທ | ພະບາດສົມເດດພະປະຣະມິນທະຣະມະຫາພູມິພົນອະດຸນຍະເດດ ມະຫິຕະລາທິເບດ ຣາມາທິບະດິນ ຈັກກີນະຣຶບະດິນ ສະຫຍາມິນທາທິຣາດ ບໍຣົມນາດຖະບໍພິດ |
ພະລາຊະອິສະລິຍະຍົດ | ພະມະຫາກະສັດແຫ່ງລາຊະອານາຈັກໄທ |
ລາຊະວົງ | ມະຫິດົນ (ລາຊະວົງຈັກກີ) |
ຄອງລາດ | 9 ມິຖຸນາ ຄ.ສ. 1946 – 13 ຕຸລາ ຄ.ສ. 2016 |
ບໍລົມລາຊາພິເສກ | 5 ພຶດສະພາ ຄ.ສ. 1950 |
ໄລຍະຄອງລາດ | 70 ປີ |
ລາຊະການກ່ອນໜ້າ | ພະບາດສົມເດັດພະປໍຣະເມນທະຣະມະຫາອານັນທະມະຫິດົນ ພະອັດຖະມະຣາມາທິບໍດິນ |
ລາຊະການຕໍ່ໄປ | ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ |
ພະບໍລົມມະອັດຖິ | ພະທີ່ນັ່ງຈັກກີມະຫາປາສາດ ໃນພະບໍລົມມະຫາລາຊະວັງ |
ຂໍ້ມູນສ່ວນພະອົງ | |
ພະລາຊະສົມພົບ | 5 ທັນວາ ຄ.ສ. 1927 |
ບ່ອນທີ່ພະລາຊະສົມພົບ | ນະ ໂຮງໝໍເຄມບຣິດຈ໌ ເຄມບຣິດຈ໌ ລັດແມສຊາຊູເຊຕສ໌ ສະຫະລັດ |
ສະຫວັນຄົດ | 13 ຕຸລາ ຄ.ສ. 2016 (88 ພັນສາ) |
ບ່ອນທີ່ສິ້ນພະຊົນ | ນະ ໂຮງໝໍສິຣິຣາດ ເຂດບາງກອກນ້ອຍ ບາງກອກ ປະເທດໄທ |
ພະລາດຊະບິດາ | ສົມເດັດພະມະຫິຕະລາທິເບດ ອະດຸນຍະເດດວິກົມ ພະບໍລົມລາຊະຊະນົກ |
ພະລາດຊະມານດາ | ສົມເດັດພະສີນະຄະຣິນທາບໍລົມລາຊະຊົນນະນີ |
ພະບໍລົມລາຊິນີ | ໝ່ອມລາຊະວົງສິຣິກິດ ກິຕິຍາກອນ (ສົມລົດ 1950) |
ພະລາດຊະບຸດ | ທູນກະໝ່ອມຢິງອຸບົນຣັດຣາດຊະກັນຍາ ສິຣິວັດທະນາພັນນະວະດີ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ສົມເດັດພະກະນິດຖາທິລາດເຈົ້າ ກົມສົມເດັດພະເທບພະຣັດລາດສຸດາ ສະຫຍາມບໍຣົມລາຊະກຸມາຣີ ສົມເດັດເຈົ້າຟ້າຯ ກົມພະສີສະຫວາງຄະວັດ ວໍຣະຂັດຕິຍະຣາດຊະນາຣີ |
ລາຍພະອະພິໄທ |