ມະຫາວິທະຍາໄລສິນລະປາກອນ
ມະຫາວິທະຍາໄລໃນປະເທດໄທ / From Wikipedia, the free encyclopedia
ມະຫາວິທະຍາໄລສິນລະປາກອນ (ໄທ: มหาวิทยาลัยศิลปากร) , (ອັງກິດ: Silpakorn University; ອັກສອນຫຍໍ້ : ມສກ. – SU[1]) ແມ່ນມະຫາວິທະຍາໄລສິລະປະແຫ່ງທຳອິດຂອງປະເທດໄທແລະເປັນມະຫາວິທະຍາໄລແຫ່ງທີ່ຫ້າຂອງປະເທດໄທ ມີຊື່ສຽງທາງດ້ານສິລະປະແລະການອອກແບບ ປປັດຈຸບັນເປີດສອນຄອບຄຸມທຸກສາຂາວິຊາ ທັ້ງກຸ່ມສາຂາສັງຄົມສາດແລະມະນຸດສາດ ກຸ່ມສາຂາວິທະຍາສາດແລະເຕັກໂນໂລຊີ ແລະກຸ່ມສາຂາວິທະຍາສາດສຸຂະພາບ ຕາມມາດຕະຖານຂອງມະຫາວິທະຍາໄລສາກົນຢ່າງສົມບູນ
ມະຫາວິທະຍາໄລສິນລະປາກອນ | |
---|---|
ມະຫາວິທະຍາໄລສິນລະປາກອນ | |
ພະຄະເນດ ສັນຍາລັກມະຫາວິທະຍາໄລສິນລະປາກອນ | |
ຊື່ຫຍໍ້ | ມສກ. / SU[1] |
ສະຖາປະນາ | 12 ພະຈິກ 1943[2] |
ປະທານ | ນາຍ ພະຣາເດດ ພະຍັກວິຊຽນ[3] |
ອະທິການບະດີ | ຜູ້ຊ່ວຍສາດສະດາຈານ ໄຊຊານ ຖາວອນເວດ (ຮັກສາການ) |
ຈຳນວນຜູ້ສຶກສາ | 25,210 ຄົນ[4] (ປີການສຶກສາ 2016) |
ທີ່ຕັ້ງ | ສຳນັກງານອະທິການບໍດີຕະລິ່ງຊັນ ເລກທີ່ 22 ຖະໜົນບໍລົມມະລາດຊະຊົນນະນີ ແຂວງຕະລິ່ງຊັນ ເຂດຕະລິ່ງຊັນ ບາງກອກ 10170 'ມະຫາວິທະຍາໄລສິນລະປາກອນ ວັງທ່າພຣະ ເລກທີ່ 31 ຖະໜົນໜ້າພະລານ ແຂວງພະບໍລົມມະຫາລາດຊະວັງ ເຂດພະນະຄອນ ບາງກອກ 10200 'ມະຫາວິທະຍາໄລສິນລະປາກອນ ວິທະຍາເຂດພະລາຊະວັງສະໜາມຈັນ ເລກທີ່ 6 ຖະໜົນລາຊະມັນຄາ ໃນ ຕຳບົນພະປະຖົມເຈດີ ອຳເພີເມືອງນະຄອນປະຖົມ ຈັງຫວັດນະຄອນປະຖົມ 73000 |
ສີປະຈຳສະຖາບັນ | ███ ສີຂຽວເວີຣິດຽນ (ສີຂຽວຕັງແຊ)[5] |
ເວັບໄຊຕ໌ | www.su.ac.th |
ມະຫາວິທະຍາໄລສິນລະປາກອນ ຖືກຳເໜີດຈາກ "ໂຮງຮຽນປະນີດສິລະປະກຳ ສັງກັດ ກົມສິນລະປາກອນ" ໃນລັດຊະສະໄໝຂອງ ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ໄດ້ພັດທະນາຂຶ້ນເປັນລຳດັບຈົນເປັນ "ໂຮງຮຽນສິນລະປາກອນ" ແລະເມື່ອວັນທີ 12 ຕຸລາ ຄ.ສ. 1943 ສາດສະດາຈານ ພະຍາອະນຸມານລາຊະທົນ (ຍົງ ສະຖຽນໂກເສດ) ຮ່ວມກັບ ສາດສະດາຈານ ສິນ ພີຣະສີ ພັດທະນາຫລັກສູດຈົນໄດ້ຮັບການຍົກຖານະຂຶ້ນແມ່ນ "ມະຫາວິທະຍາໄລສິນລະປາກອນ"[2] ເພື່ອເປັນສະຖາບັນອຸດົມສຶກສາຂັ້ນສູງທາງສິລະປະແຫ່ງຊາດ ໂດຍມີປະນິທານທີ່ຈະສ້າງສັນສິລະປະ ວິທະຍາການ ແລະພູມປັນຢາເພື່ອສັງຄົມ ມີຜົນໃຫ້ງານສິລະປະຂອງຊາດພັດທະນາແລະກ້າວໜ້າ ມີກິດຈະກຳແລະວິຊາການຕ່າງໆ ທີ່ດຳເນິນການເອື້ອອຳນວຍປະໂຫຍດໃຫ້ແກ່ປະຊາຊົນສະເໝີມາ