ລອນດອນ
From Wikipedia, the free encyclopedia
ລອນດອນ (ອັງກິດ: London) ແມ່ນນະຄອນຫຼວງຂອງສະຫະລາຊະອານາຈັກ ແມ່ນເມືອງໃຫຍ່ທີ່ສຸດໃນສະຫະພາບເອີລົບ [1] ເປັນໜຶ່ງໃນສູນກາງສຳຄັນທາງທຸລະກິດ ການເມືອງ ວັດທະນະທຳ ແລະປະຫວັດສາດຂອງໂລກ ເປັນຜູ້ນຳດ້ານການເງິນ[2]ການເມືອງ ການສື່ສານ ການບັນເທີງ ແຟຊັ້ນ ແລະສິລະປະ. ເປັນສູນກາງການຄະມະນາຄົມໃນລະດັບນານາຊາດ ແລະເປັນເມືອງທ່ອງທ່ຽວສຳຄັນຂອງເອີລົບ ໂດຍເດີ່ນບິນທີ່ໃຫຍ່ທີ່ສຸດໃນລອນດອນ ແມ່ນ ເດີ່ນບິນນານາຊາດຮີດທະໂລ. ຈີດີພີຂອງລອນດອນ ຄິດເປັນຮ້ອຍລະ 19.5 ຂອງສະຫະລາຊະອານາຈັກ.
ມີປະຊາກອນປະມານ 7.5 ລ້ານຄົນ (ຂໍ້ມູນເມື່ອ ຄ.ສ. 2006) ແລະປະມານ 12 - 14 ລ້ານຄົນຖ້າລວມນະຄອນຫຼວງລອນດອນແລະປະລິມົນທົນ. ເປັນເມືອງທີ່ປະກອບດ້ວຍຫຼາຍຊົນຊາດ ວັດທະນະທຳ ສາສະໜາ ແລະພາສາ ເຊິ່ງມີຫຼາຍກວ່າ 300 ພາສາ[3].
ໃນອະດີດ ລອນດອນເປັນນະຄອນຫຼວງຂອງໂລກ ເປັນເມືອງທີ່ຈະເລີນທີ່ສຸດໃນໂລກ ແລະ ຕັ້ງແຕ່ອະດີດຫາປັດຈຸບັນ ກໍເປັນເມືອງທີ່ມີອິດທິພົນໄປທົ່ວໂລກ ເຊິ່ງຖືກັນວ່າ ເປັນເມືອງສາກົນຫຼັກຂອງໂລກ.