ລາຍຊື່ສັດລ້ຽງລູກດ້ວຍນ້ຳນົມໃນລາວ
From Wikipedia, the free encyclopedia
ນີ້ແມ່ນລາຍຊື່ຂອງ ຊະນິດຂອງສັດລ້ຽງລູກດ້ວຍນ້ຳນົມທີ່ຖືກບັນທຶກໄວ້ໃນລາວ. ມີສັດລ້ຽງລູກດ້ວຍນ້ຳນົມ 178 ຊະນິດໃນ ລາວ, ໃນນັ້ນ ມີ 4 ຊະນິດມີຄວາມສ່ຽງຂັ້ນວິກິດຕໍ່ການສູນພັນ, 8 ຊະນິດໃກ້ຈະສູນພັນ, 23 ເກືອບຢູ່ໃນຂອບເຂດໃກ້ສູນພັນ ແລະ ອີກ 2 ຊະນິດເກືອບຢູ່ໃນຂອບເຂດສ່ຽງຕໍ່ການສູນພັນ. 1 ຊະນິດໄດ້ຖືກຖະແຫຼງໃນກອງປະຊຸມຄັ້ງຫຼ້າສຸດຂອງສະຫະພັນສາກົນເພື່ອການອະນຸລັກທຳມະຊາດ (IUCN).[1]
ປ້າຍຂໍ້ມູນຕໍ່ໄປນີ້ໃຊ້ເພື່ອຈຳແນກສະຖານະການອະນຸລັກຂອງແຕ່ລະຊະນິດຕາມການກຳນົດຂອງ IUCN:
EX | ສູນພັນ | ບໍ່ມີຂໍ້ສົງໄສວ່າປະຊາກອນລາຍສຸດທ້າຍໄດ້ຕາຍໄປແລ້ວ. |
EW | ສູນພັນຈາກທຳມະຊາດ | ຮັບຮູ້ກັນວ່າມີຊີວິດຢູ່ພາຍໃຕ້ການຄວບຄຸມ ຫຼື ໃນສະຖານທີ່ທີ່ໄດ້ຮັບການປັບສະພາບແວດລ້ອມ. |
CR | ມີຄວາມສ່ຽງຂັ້ນວິກິດຕໍ່ການສູນພັນ | ຊະນິດດັ່ງກ່າວຢູ່ໃນຄວາມສ່ຽງອັນໃກ້ຕໍ່ກັບການສູນພັນຈາກທຳມະຊາດ. |
EN | ໃກ້ສູນພັນ | ຊະນິດດັ່ງກ່າວກຳລັງປະເຊີນໜ້າກັບຄວາມສ່ຽງຮຸນແຮງທີ່ຈະສູນພັນໄປຈາກທຳມະຊາດ. |
VU | ເກືອບຢູ່ໃນຂອບເຂດໃກ້ສູນພັນ | ຊະນິດດັ່ງກ່າວກຳລັງປະເຊີນໜ້າກັບຄວາມສ່ຽງສູງທີ່ຈະສູນພັນໄປຈາກທຳມະຊາດ. |
NT | ເກືອບຢູ່ໃນຂອບເຂດສ່ຽງຕໍ່ການສູນພັນ | ຊະນິດດັ່ງກ່າວບໍ່ມີເງື່ອນໄຂໃດໆທີ່ຈະຖືກຈຳແນກວ່າມີຄວາມສ່ຽງຕໍ່ກັບການສູນພັນ ແຕ່ມັນກໍອາດຈະເກີດຂຶ້ນໄດ້ໃນອະນາຄົດ. |
LC | ມີຄວາມສ່ຽງຕ່ຳຕໍ່ການສູນພັນ | ໃນປັດຈຸບັນບໍ່ມີຄວາມສ່ຽງທີ່ລະບຸໄດ້ຕໍ່ກັບຊະນິດດັ່ງກ່າວ. |
DD | ບໍ່ມີຂໍ້ມູນ | ບໍ່ມີຂໍ້ມູນທີ່ພຽງພໍທີ່ຈະປະເມີນຄວາມສ່ຽງຕໍ່ກັບຊະນິດນີ້. |
ບາງຊະນິດໄດ້ຖືກປະເມີນໂດຍໃຊ້ຊຸດຂອງເງື່ອນໄຂທີ່ເກົ່າກວ່າ. ຊະນິດທີ່ຖືກປະເມີນໂດຍໃຊ້ລະບົບນີ້ມີດັ່ງຕໍ່ໄປນີ້:
LR/cd | ຄວາມສ່ຽງຕ່ຳ/ອີງໃສ່ການອະນຸລັກ | ຊະນິດທີ່ຖືກສຸມໃສ່ໃນລາຍການອະນຸລັກ ແລະ ອາດຈະຖືກຍ້າຍໄປໝວດໝູ່ທີ່ມີຄວາມສ່ຽງສູງຂຶ້ນຖ້າລາຍການດັ່ງກ່າວຖືກຢຸດດຳເນີນການ. |
LR/nt | ຄວາມສ່ຽງຕ່ຳ/ເກືອບຢູ່ໃນຂອບເຂດສ່ຽງຕໍ່ການສູນພັນ | ຊະນິດທີ່ໃກ້ຈະຖືກຈັດວ່າເປັນຢູ່ໃນຂອບເຂດໃກ້ສູນພັນ ແຕ່ວ່າບໍ່ໄດ້ຢູ່ພາຍໃຕ້ລາຍການອະນຸລັກ. |
LR/lc | ຄວາມສ່ຽງຕ່ຳ/ມີຄວາມສ່ຽງຕ່ຳຕໍ່ການສູນພັນ | ຊະນິດທີ່ບໍ່ມີຄວາມສ່ຽງທີ່ລະບຸໄດ້. |