ໝູ່ເກາະກຸກ
From Wikipedia, the free encyclopedia
ໝູ່ເກາະກຸກ (ອັງກິດ: Cook Islands, ມາວຣີໝູ່ເກາະກຸກ: Kūki 'Āirani[4]) ເປັນປະເທດໝູ່ເກາະແບບມີສຳພັນເສລີກັບປະເທດນູແວນເຊລັງ ຕັ້ງຢູ່ໃນມະຫາສະໝຸດປາຊີຟິກພາກໃຕ້ ປະກອບໄປດ້ວຍເກາະນ້ອຍໃຫຍ່ຈຳນວນ 15 ເກາະ ມີພື້ນທີ່ທັງໝົດ 240 ຕາລາງກິໂລແມັດ (93 ຕາລາງໄມລ໌) ເຂດເສດຖະກິດຈຳເພາະຂອງໝູ່ເກາະກຸກ (EEZ) ກິນອານາເຂດເຖິງ 1,960,027 ຕາລາງກິໂລແມັດ (756,771 ຕາລາງໄມລ໌) ຂອງມະຫາສະໝຸດ[5].
Quick Facts ໝູ່ເກາະກຸກ Kūki 'Āirani (ມາວຣີ) Cook Islands (ອັງກິດ), ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ ...
ໝູ່ເກາະກຸກ Kūki 'Āirani (ມາວຣີ) Cook Islands (ອັງກິດ) | |
---|---|
ຄຳຂວັນ: ເຕ ເອຕົວ ເມົາ ອີ | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ອະວາຣົວ 21°12′S 159°46′W |
ພາສາລັດຖະການ | ພາສາອັງກິດ ແລະ ພາສາມາວຣີ |
ກຸ່ມຊົນເຜົ່າ (2016[1]) |
|
ເດມະນິມ | ຊາວເກາະກຸກ ("Cook Islander") |
ການປົກຄອງ | ລັດດ່ຽວ ລາຊະທິປະໄຕພາຍໃຕ້ລັດຖະທຳມະນູນ |
• ພະມະຫາກະສັດ | ສົມເດັດພະເຈົ້າຊາລສ໌ທີ 3 |
• ຜູ້ແທນພະອົງ | ທອມ ມາດສະເຕີສ |
• ນາຍົກລັດຖະມົນຕີ | ເຮນຣີ ປູນາ |
ສະພານິຕິບັນຍັດ | ລັດຖະສະພາ |
ລັດສຳພັນເສລີ ຂອງນູແວນເຊລັງ | |
• ປົກຄອງຕົນເອງ | 4 ສິງຫາ 1965 |
• ໄດ້ຮັບການຮັບຮອງໂດຍສະຫະປະຊາຊາດ | 1992[2] |
ພື້ນທີ່ | |
• ລວມ | 236.7 ຕາລາງກິໂລແມັດ (91.4 ຕາລາງໄມລ໌) |
ປະຊາກອນ | |
• ສຳມະໂນປະຊາກອນ 2016 | 17,459 ຄົນ[3] (223) |
42 ຕໍ່ຕາລາງກິໂລແມັດ (108.8 ຕໍ່ຕາລາງໄມລ໌) (138) | |
GDP (ລາຄາຕະຫຼາດ) | 2018 (ປະມານ) |
• ຕໍ່ຫົວ | $20,721.5 (ບໍ່ໄດ້ຈັດລຳດັບ ) |
ສະກຸນເງິນ | ໂດລານູແວນເຊລັງ (NZD) |
ເຂດເວລາ | UTC-10 (CKT) |
ຂັບລົດດ້ານ | ຊ້າຍມື |
ລະຫັດໂທລະສັບ | +682 |
ລະຫັດອິນເຕີເນັດ | .ck |
Close
ນູແວນເຊລັງມີບົດບາດໃນການດູແລດ້ານການປ້ອງກັນປະເທດ ແລະ ດ້ານການຕ່າງປະເທດ ແຕ່ອຳນາດເຫຼົ່ານີ້ຈະຕ້ອງໄດ້ຮັບການຫາລືກັບລັດຖະບານໝູ່ເກາະກຸກກ່ອນ[6] ໃນສະໄໝປັດຈຸບັນນັ້ນ ໝູ່ເກາະກຸກໄດ້ມີນະໂຍບາຍການຕ່າງປະເທດທີ່ມີຄວາມອິດສະຫຼະຫຼາຍຂຶ້ນ[7] ປະຊາຊົນຊາວໝູ່ເກາະກຸກນັ້ນແມ່ນສັນຊາດນູແວນເຊລັງ ແລະ ສັນຊາດຊາວເກາະກຸກດ້ວຍ ເຊິ່ງສັນຊາດນີ້ບໍ່ໄດ້ໃຫ້ແກ່ຊາວນູແວນເຊລັງທຸກຄົນ ໝູ່ເກາະກຸກເປັນສະມາຊິກແຫ່ງປະຊາຄົມປາຊີຟິກຕັ້ງແຕ່ປີ 1980.