ຈັງຫວັດຊົນບຸລີ
From Wikipedia, the free encyclopedia
ຈັງຫວັດຊົນບຸລີ ຫຼື ເມືອງຊົນ (ໄທ: จังหวัดชลบุรี ຈັງຫວັດຊົລບຸຣີ) ແມ່ນຊື່ແຂວງໃນພາກຕາເວັນອອກທີ່ຕິດອ່າວໄທແຫ່ງໜຶ່ງຂອງປະເທດໄທ. ມີບ່ອນທ່ອງທ່ຽງທີ່ມີຊື່ສຽງຫຼາຍແຫ່ງຂອງປະເທດໄທຕັ້ງຢູ່ ນອກຈາກດ້ານອຸດສາຫະກຳການທ່ອງທ່ຽວແລ້ວ ໃນຂະນະດຽວກັນ ຍັງຖືເປັນຈັງຫວັດທີ່ມີຄວາມສຳຄັນທາງເສດຖະກິດຢ່າງຫຼວງຫຼາຍ ເຊິ່ງຮອງຈາກບາງກອກ ທັງໃນດ້ານພານິຊະຍະກຳແລະອຸດສາຫະກຳຕ່າງໆ ຂອງປະເທດແຫ່ງໜຶ່ງ ໂດຍໃນອະດີດ ຈັງຫວັດຊົນບຸລີ ເຄີຍເປັນແຫຼ່ງບ່ອນຕັ້ງຂອງເມືອງທ່າທີ່ມີຄວາມສຳຄັນຫຼາຍ ແມ່ນແຕ່ໃນປະຈຸບັນ ກໍຍັງຄືຈະເປັນບ່ອນຕັ້ງຂອງທ່າເຮືອທີ່ມີຄວາມສຳຄັນຂອງປະເທດຮອງຈາກທ່າເຮືອບາງກອກ ແມ່ນ ທ່າເຮືອແຫຼມສະບັງ ຍ້ອນວ່າມີທຳເລທີ່ເໝາະສົມ. ຈັງຫວັດຊົນບຸລີ ມີອານາເຂດຕິດກັບຈັງຫວັດສະເຊີງເຊົາ ລະຍອງ ແລະຈັນທະບຸລີ.
Quick Facts ຈັງຫວັດຊົນບຸລີจังหวัดชลบุรี ເມືອງຊົນ, ປະເທດ ...
ຈັງຫວັດຊົນບຸລີ จังหวัดชลบุรี ເມືອງຊົນ | |
---|---|
ຫາດຈອມທຽນ | |
ຊື່: ຊົນບຸລີສີມະຫາສະໝຸດ | |
ຄຳຂວັນ: ทะเลงาม ข้าวหลามอร่อย อ้อยหวาน จักสานดี ประเพณีวิ่งควาย (ທະເລງາມ ເຂົ້າຫຼາມແຊ່ບ ອ້ອຍຫວານ ຈັກສານດີ ປະເພນີແລ່ນຄວາຍ) | |
ເພງ: ມາຣ໌ຊຊົນບຸລີ | |
ແຜນທີ່ປະເທດໄທ ຈັງຫວັດຊົນບຸລີເນ້ນສີແດງ | |
ປະເທດ | ໄທ |
ອຳເພີເມືອງ | ເມືອງຊົນບຸລີ |
ສ້າງຕັ້ງ | ກ່ອນ ຄ.ສ. 1376 |
ການປົກຄອງ | |
• ຜູ້ວ່າລາຊະການ | ທະວັດໄຊ ສີທອງ |
• ນາຍົກອົງການບໍລິຫານ | ວິທະຍາ ຄຸນປື້ມ |
ພື້ນທີ່ | |
• ທັງໝົດ | 4,363 ຕລ.ກມ. (Bad rounding here1,700 ຕລ.ໄມລ໌) |
ອັນດັບພື້ນທີ່ | 50 |
ປະຊາກອນ (ຄ.ສ. 2023) | |
• ທັງໝົດ | 1,618,066 ຄົນ |
• ຄວາມໜາແໜ້ນ | 370 ຄົນ/ຕລ.ກມ. (960 ຄົນ/ຕລ.ໄມລ໌) |
ເດມະນິມ | ຊາວຊົນບຸລີ |
ເຂດເວລາ | UTC+7 (ICT) |
ລະຫັດ ISO 3166 | TH-20 |
ທະບຽນພາຫະນະ | ชลบุรี |
ເວັບໄຊ | chonburi |
Close