ອຸຍແນສໂກ
From Wikipedia, the free encyclopedia
ອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (ອັງກິດ: United Nations Educational, Scientific and Cultural Organization) ຫຼື ອຸຍແນສໂກ (ອັງກິດ: UNESCO) ເປັນອົງການສະເພາະຂອງສະຫະປະຊາຊາດ ກໍ່ຕັ້ງໂດຍໄດ້ມີການລົງນາມໃນລັດຖະທຳມະນູນຂອງອົງການ ເມື່ອວັນທີ 16 ພະຈິກ 1945 ແລະ ຕໍ່ມາເມື່ອວັນທີ 4 ພະຈິກ 1946 ຫຼັງສົງຄາມໂລກຄັ້ງທີສອງ ປະເທດສະມາຊິກກໍ່ຕັ້ງ 20 ປະເທດ ໄດ້ຮ່ວມມືກັນໃຫ້ສັດຕະຍາບັນລັດຖະທຳມະນູນອົງການ .
ອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ | |
---|---|
ທຸງຂອງອຸຍແນສໂກ | |
ປະເພດ | ໜ່ວຍງານພິເສດຂອງສະຫະປະຊາຊາດ |
ຕົວຫຍໍ້ | ອຸຍແນສໂກ (UNESCO) |
ຫົວໜ້າ | Audrey Azoulay ຜູ້ອຳນວຍການອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ |
ຈັດຕັ້ງ | 16 ພະຈິກ 1945[1] |
ສຳນັກງານ | ປາຣີ, ປະເທດຝຣັ່ງ |
ເວັບໄຊ | www.unesco.org |
ຕົ້ນສັງກັດ | ຄະນະມົນຕີເສດຖະກິດ ແລະ ສັງຄົມແຫ່ງສະຫະປະຊາຊາດ |
ນອກຈາກນີ້ ລັດຖະທຳມະນູນອຸຍແນສໂກຍັງຊີ້ໃຫ້ເຫັນໄວ້ນຳວ່າ ສັນຕິພາບທີ່ເກີດຈາກການຕົກລົງທາງດ້ານການເມືອງ ທາງດ້ານເສດຖະກິດລະຫວ່າງລັດຖະບານພຽງຢ່າງດຽວ ຈະບໍ່ໄດ້ຮັບການສະໜັບສະໜູນຢ່າງເຕັມທີ່ແທ້ຈິງ ແລະ ຍືນດົນນານ ຈາກຫຼາຍປະເທດຕ່າງໆ ໃນໂລກ ສັນຕິພາບຈະຕ້ອງວາງຮາກຖານຢູ່ໃນຄວາມຮ່ວມມືທາງສະຕິປັນຍາ ແລະ ຈິດສຳນຶກຂອງມະນຸດຊາດ ດັ່ງນັ້ນອົງການອຸຍແນສໂກຈຶ່ງສຸມໃສ່ການສົ່ງເສີມສັນຕິພາບ ດ້ວຍການສົ່ງເສີມຄວາມຮ່ວມມືຂອງນານາຊາດ ດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ເພື່ອໃຫ້ທົ່ວໂລກເຄົາລົບໃນຄວາມຍຸດຕິທຳ ກົດໝາຍ, ສິດທິ ແລະ ເສລີພາບ ທີ່ມະນຸດຄວນມີ ໂດຍບໍ່ຖືເຊື້ອຊາດ, ເພດ, ພາສາ ຫຼື ສາສະໜາ ຕາມກົດບັດສະຫະປະຊາຊາດ ອຸຍແນສໂກມີສຳນັກງານໃຫຍ່ຢູ່ໃນເມືອງປາຣີ, ປະເທດຝຣັ່ງ
ປັດຈຸບັນ ອຸຍແນວໂກມີປະເທດສະມາຊິກທັງໝົດ 194 ປະເທດ ສະມາຊິກສົມທົບອີກ 12 ປະເທດ[2] ປະເທດລາວເຂົ້າເປັນລັດສະມາຊິກຂອງອົງການອຸຍແນສໂກໃນວັນທີ 9 ກໍລະກົດ 1951
ໂດຍປົກກະຕິ ອຸຍແນສໂກຈະໃຊ້ພາສາອັງກິດ ແລະ ພາສາຝຣັ່ງເປັນພາສາທາງການ ແຕ່ໃນລະຫວ່າງການປະຊຸມສະໄໝສາມັນຂອງອຸຍແນສໂກ ແລະ ການປະຊຸມຄະນະກຳມະການບໍລິຫານຂອງອຸຍແນສໂກ ຈະໃຊ້ພາສາທີ່ກ່ຽວຂ້ອງເຖິງ 6 ພາສາ ແມ່ນ: ອັງກິດ, ຝຣັ່ງ, ລັດເຊຍ, ອາຣັບ, ແອັດສະປາຍ ແລະ ຈີນ
ການດຳເນີນງານຂອງອຸຍແນສໂກນັ້ນຈະປາກົດໃນຮູບຂອງການປະຊຸມສະໄໝສາມັນ ເຊິ່ງມີທຸກໆ 2 ປີ ໂດຍຄະນະກຳມະການປະກອບດ້ວຍຜູ້ຊົງມີວຸດທິທາງດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຈຳນວນ 58 ຄົນ ທີ່ເລືອກມາຈາກຜູ້ແທນຂອງປະເທດສະມາຊິກ ກຳມະການຈະຢູ່ໃນໄລຍະ 4 ປີ ໂດຍຈັດໃຫ້ມີການເລືອກຕັ້ງກຳມະການໃໝ່ເຄິ່ງໜຶ່ງທຸກ 2 ປີ ຜູ້ອຳນວຍການໃຫຍ່ ເຊິ່ງເປັນເຈົ້າໜ້າທີ່ສູງສຸດຂອງອົງການ ຈະຢູ່ໃນໄລຍະ 6 ປີ
ອຸຍແນສໂກໄດ້ຈັດໃຫ້ມີສຳນັກງານສ່ວນພາກພື້ນ ແລະ ສຳນັກງານຍ່ອຍປະຈຳພື້ນທີ່ ເພື່ອໃຫ້ອຸຍແນສໂກປະສານກັບປະເທດຕ່າງໆ ໄດ້ຢ່າງໃກ້ຊິດ ແຕ່ລະປະເທດສະມາຊິກຈະຈັດໃຫ້ມີສຳນັກຜູ້ແທນຖາວອນປະຈຳອຸຍແນສໂກ ແລະ ສຳນັກເລຂາທິການຄະນະກຳມະການແຫ່ງຊາດວ່າດ້ວຍອຸຍແນສໂກຂອງປະເທດນັ້ນໆ ເພື່ອດຳເນີນງານໃນສ່ວນທີ່ກ່ຽວຂ້ອງກັບຂອບຄ່າຍງານຂອງອຸຍແນສໂກໂດຍສະເພາະ